ໂຊລາເຊວ (Solar Cell) ແມ່ນຫຍັງ?
ໂຊລາເຊວ (Solar Cell) ຫຼື ເຊວໂຟໂຕໂວນຕາອິກ (Photovoltaic Cell) ແມ່ນອຸປະກອນອິເລັກໂຕຣນິກ ທີ່ຜະລິດຈາກ ສານກຶ່ງຕົວນໍາ ທີ່ມີຄວາມສາມາດໃນການປ່ຽນພະລັງງານແສງອາທິດ ທີ່ຕົກກະທົບໃສ່ສານກຶ່ງຕົວນໍາ ໃຫ້ກາຍເປັນ ພະລັງງານໄຟຟ້າກະແສຕົງ (DC Current) ເຊິ່ງສາມາດນໍາໄປໃຊ້ງານຮ່ວມກັບອຸປະກອນໄຟຟ້າ ແລະ ລະບົບໂຊລາເຊວໄດ້.
ຫຼັກການເຮັດວຽກຂອງໂຊລາເຊວ ທີ່ຖືກຕິດຕັ້ງໃນແຜງໂຊລາເຊວ ແມ່ນເລີ່ມຈາກການຮັບພະລັງງານແສງອາທິດໃນເວລາກາງເວັນ ເຊິ່ງແມ່ນຄື່ນແມ່ເຫຼັກໄຟຟ້າ ໄດ້ກະທົບໃສ່ສານກຶ່ງຕົວນໍາຂອງໂຊລາເຊວ. ພະລັງງານຈາກແສງຕາເວັນ ຈະຖ່າຍທອດໃຫ້ແກ່ ອິເລັກຕຣອນ, ເຮັດໃຫ້ອິເລັກຕຣອນເຄື່ອນທີ່ໄປລວມຕົວຢູ່ຂົ້ວລົບ ຂອງແຜງໂຊລາ. ໃນຂະນະດຽວກັນ ໂຮລ (Hole) ຈະຖືກເຕີມເຕັມດ້ວຍອິເລັກຕຣອນຈາກຂົ້ວບວກ ຂອງແຜງໂຊລາ.
ຂະບວນການນີ້ ຈຶ່ງເຮັດໃຫ້ເກີດ ກະແສໄຟຟ້າ ເຊິ່ງສາມາດນໍາໄປໃຊ້ປະໂຫຍດຕໍ່ໄປໄດ້.
ລະບົບໂຊລາເຊວ (Solar Cell System)
ລະບົບຂອງໂຊລາເຊວມີຈັກປະເພດ ແລະ ມີລາຍລະອຽດແນວໃດ.
ໂດຍທົ່ວໄປ ລະບົບໂຊລາເຊວທີ່ນິຍົມໃຊ້ກັນຢ່າງແພຫຼາຍ ມີ 3 ປະເພດຫຼັກ ຄື:
1.ລະບົບໂຊລາເຊວປະເພດ On Grid
ແມ່ນການຕິດຕັ້ງລະບົບໂຊລາເຊວທີ່ມີການເຊື່ອມຕໍ່ກັບ Grid ຫຼື ລະບົບໄຟຟ້າຂອງການໄຟຟ້າພາກພື້ນ ຫຼື ການໄຟຟ້ານະຄອນຫຼວງ. ລະບົບນີ້ເປັນທີ່ນິຍົມ ແລະ ມີຄ່າໃຊ້ຈ່າຍບໍ່ສູງ, ເນື່ອງຈາກບໍ່ຈໍາເປັນຕ້ອງໃຊ້ Battery ເພື່ອສໍາຮອງໄຟຟ້າ.
ແຜ່ນໂຊລາເຊວຈະຜະລິດໄຟຟ້າກະແສຕົງ (DC) ອອກມາ ແລ້ວສົ່ງເຂົ້າຜ່ານ Inverter ເພື່ອແປງໃຫ້ເປັນໄຟຟ້າກະແສສະຫຼັບ (AC) ໃຊ້ງານກັບອຸປະກອນໄຟຟ້າພາຍໃນຄົວເຮືອນ ຫຼື ໂຮງງານ.
ທີ່ Inverter ແລະ Switch Boarder ຈະມີການເຊື່ອມຕໍ່ກັບ Grid ຂອງການໄຟຟ້າ, ຊຶ່ງຫມາຍຄວາມວ່າ ຖ້າພະລັງງານທີ່ໂຊລາເຊວຜະລິດໄດ້ມີພຽງພໍສໍາລັບການໃຊ້ງານໃນຄົວເຮືອນ ຫຼື ໂຮງງານ, ກໍຈະບໍ່ຈໍາເປັນຕ້ອງໃຊ້ໄຟຟ້າຈາກ Grid. ແຕ່ໃນທາງກັບກັນ ຖ້າໂຊລາເຊວຜະລິດບໍ່ພຽງພໍ ລະບົບຈະດຶງໄຟຟ້າຈາກການໄຟຟ້າມາຊ່ວຍຈ່າຍໃຫ້ໂດຍອັດຕະໂນມັດ.
ຢ່າງໃດກໍຕາມ ຖ້າແມ່ນລະບົບນີ້ມີຄ່າໃຊ້ຈ່າຍບໍ່ສູງ ແຕ່ສາມາດໃຊ້ໄຟຟ້າຈາກໂຊລາເຊວໄດ້ເທົ່າໃນຊ່ວງກາງວັນ ຫຼື ມື້ທີ່ມີແດດແຮງເທົ່ານັ້ນ. ແລະ ໃນບາງເວລາໂຊລາເຊວອາດຜະລິດໄຟຟ້າບໍ່ເຕັມທີ, ຈຶ່ງຈໍາເປັນຕ້ອງດຶງໄຟຟ້າຈາກການໄຟຟ້າມາຊ່ວຍຈ່າຍໃຫ້ອຸປະກອນໄຟຟ້າໃນຄົວເຮືອນ ແລະ ໂຮງງານ.
2. ລະບົບໂຊລາເຊວປະເພດ Off Grid
ແມ່ນມີການອອກແບບຄ້າຍກັບລະບົບ On Grid, ແຕ່ຈະແຕກຕ່າງກັນຢູ່ທີ່ບໍ່ມີການເຊື່ອມຕໍ່ກັບ Grid ຂອງການໄຟຟ້າ. ນອກຈາກນັ້ນຍັງມີການຕິດຕັ້ງ Battery ເພື່ອເປັນພະລັງງານສໍາຮອງໃຫ້ກັບໂຊລາເຊວ.
ຫມາຍຄວາມວ່າ ອຸປະກອນໄຟຟ້າໃນຄົວເຮືອນ ຫຼື ໂຮງງານຈະຮັບໄຟຟ້າຈາກໂຊລາເຊວເທົ່ານັ້ນ ແລະບໍ່ມີການຮັບໄຟຟ້າຈາກການໄຟຟ້າເຊັ່ນ PEA ຫຼື MEA.
ໃນລະບົບນີ້ ຄ່າໃຊ້ຈ່າຍຈະສູງກວ່າແບບ On Grid, ເນື່ອງຈາກມີຄ່າລົງທຶນໃນສ່ວນຂອງ Battery ລວມໄປເຖິງຄ່າບໍລຸງຮັກສາ. ການອອກແບບກໍຕ້ອງໄດ້ຮັບການພິຈາລະນາເປັນພິເສດ ເພາະຈະຕ້ອງຄໍານຶງເຖິງໄລຍະເວລາທີ່ບໍ່ມີແສງຕາເວັນ ເຊັ່ນ ຕອນກາງຄືນ ຫຼື ວັນທີ່ແສງຕາເວັນບໍ່ແຮງ. ດັ່ງນັ້ນ ໃນບາງເວລາອາດມີບັນຫາເລື່ອງຄວາມສະເຖີນ ຫຼື ຄວາມຕໍ່ເນື່ອງໃນການໃຊ້ໄຟຟ້າ ເຊິ່ງອາດບໍ່ພຽງພໍໃນບາງຊ່ວງເວລາ.
3. ລະບົບໂຊລາເຊວປະເພດ Hybrid
ລະບົບໂຊລາເຊວແບບ Hybrid ແມ່ນການນໍາຂໍ້ດີຂອງລະບົບ On Grid ແລະ Off Grid ມາປະຍຸກຕໃຊ້ຮ່ວມກັນ, ເຮັດໃຫ້ສາມາດໃຊ້ໄຟຟ້າໄດ້ທຸກໆເວລາ ບໍ່ວ່າຈະເປັນຕອນແດດແຮງ ແດດອ່ອນ ຫຼື ກະທັ້ງໃນຕອນກາງຄືນກໍສາມາດໃຊ້ໄຟຟ້າໄດ້ຢ່າງຕໍ່ເນື່ອງ.
ການໃຊ້ໄຟຟ້າແບ່ງອອກເປັນແຕ່ລະເວລາດັ່ງນີ້:
• ໃນຊ່ວງກາງວັນ: ໃຊ້ໄຟຟ້າຈາກລະບົບໂຊລາເຊວເປັນຫຼັກ, ຖ້າໄຟຟ້າບໍ່ພຽງພໍ ຈະຮັບໄຟຟ້າສ່ວນທີ່ຂາດຈາກການໄຟຟ້າເຊັ່ນ PEA ຫຼື MEA ມາຊ່ວຍ.
• ໃນຊ່ວງກາງຄືນ: ໃຊ້ໄຟຟ້າຈາກ Battery ທີ່ເກັບສໍາຮອງໄຟຟ້າຈາກໂຊລາເຊວ ແລະຮັບໄຟຟ້າຈາກການໄຟຟ້າ PEA ແລະ MEA ເຂົ້າມາຊ່ວຍຈ່າຍໃຫ້ອຸປະກອນໄຟຟ້າ.
ຢ່າງໃດກໍຕາມ ລະບົບນີ້ມີຄວາມສະຖຽນຂອງໄຟຟ້າສູງ, ແຕ່ຄ່າລົງທຶນກໍຈະສູງຕາມໄປດ້ວຍ.
- ຂັ້ນຕອນການເຮັດວຽກຂອງລະບົບໂຊລາເຊວ ເພື່ອນໍາພະລັງງານໄປໃຊ້
1. ແຜ່ນໂຊລາເຊວ ຮັບແສງຕາເວັນ ແລະປ່ຽນໃຫ້ເປັນພະລັງງານໄຟຟ້າ.
2. ປັບແຮງດັນໄຟຟ້າທີ່ໄດ້ໃຫ້ເປັນ 12V ໂດຍໃຊ້ ເຄື່ອງຄວບຄຸມປະຈຸ (Solar Charge Controller) ເພື່ອຄວບຄຸມໃຫ້ແຮງດັນໄຟຟ້າຄົງທີ. ກະແສໄຟຟ້າທີ່ໄດ້ເປັນ ກະແສຕົງ (DC).
3. ການເກັບສໍາຮອງພະລັງງານໄຟຟ້າໄວ້ໃນ ແບັດເຕີຣີ (ໃນກໍລະນີທີ່ເປັນລະບົບ Off Grid).
4. ປ່ຽນໄຟຟ້າຈາກ ກະແສຕົງ (DC) ໃຫ້ເປັນ ກະແສສະຫຼັບ (AC) ໂດຍໃຊ້ ອິນເວີເຕີ (Inverter) ເພື່ອໃຫ້ສາມາດນໍາໄຟຟ້າທີ່ໄດ້ໄປໃຊ້ກັບອຸປະກອນໄຟຟ້າກະແສສະຫຼັບ (AC Load) ຫຼື ເຄື່ອງໃຊ້ໄຟຟ້າພາຍໃນຄົວເຮືອນໄດ້.
