ໂລກຂອງພວກເຮົາຮ້ອນຂື້ນທຸກໆປີ ເຮັດໃຫ້ເກີດໄພຕ່າງຕ່າງໆ ບໍ່ວ່າຈະເປັນໄຟປ່າ ໄພແລ້ງ ນຳ້ຖ່ວມ ຫຼື ຄື້ນ ຄວາມຮ້ອນ ລ້ວນມີສາຍເຫດມາຈາກກາສເຮືອນແກ້ວ ໂດຍສະເພາະກາສ ກາກໂບນິກ co2 ທີ່ປ່ອຍສູ່ຊັ້ນບັນຍາກາດ ຈື່ງເກີດມີແນວທາງການແກ້ໄຂບັນຫາ ດ້ວຍ ກາກບອນ ເຄດິດ ( carbon credit ) ເຊີ່ງເປັນເຄື່ອງມືຂອງປະເທດ ຕ່າງໆ ທີ່ສຳຄັນຂອງທຸລະກິດ ໃນການລົດຜົນກະທົບຈາກໂລກຮ້ອນ.
ກາກບອນ ເຄດິດ ( carbon credit ) ຄືຫົວໜ່ວຍສິດທິໃນການປ່ອຍກາສ ກາກໂບນິກ ຫຼືກາສ ເຮືອນແກ້ວປະເພດຕ່າງໆໄດ້ 1ໂຕນກາສກາກໂບນິກທຽບເທົ່າ (tCO₂e) ທີ່ສາມາດຊື້ຂາຍແລະແລກປ່ຽນໄດ້ ໂດຍອົງກອນຫຼືທຸລະກິດທີ່ປ່ອຍ ກາສເຮືອນແກ້ວ ໃຫ້ສາມາດ ຊື້ກາດບອນເຄດິດ ຈາກໂຄງການທີ່ຊ່ວຍລົດ ຫຼືດູດຊັບຄາບອນ ເຊັນປູກປ່າຫຼື ພະລັງງານສະອາດ ຫຼືເຕັກໂນໂລຊີດັກຈັບກາສເຮືອນແກ້ວ ເພື່ອນຳມາຫັກລົບກັບປະລິມານທີ່ປ່ອຍຕົວຈິງ.
ປະເພດຂອງຄາບອນເຄດິດ:
1 Voluntary Carbon Market (VCM) : ຕະຫຼາດກາກບອນສະໝັກໃຈ ເປັນການຊື້ຂາຍໂດຍພາກທຸລະກິດທີ່ຕ້ອງການສະແດງຄວາມຮັບຜິດຊອບຕ່່ສິ່ງແວັດລ້ອມ ໂດຍບໍ່ມີກົດໝາຍບັງຄັບເຊັ່ນ ບໍລິສັດທີ່ຕ້ອງການ ໄປສູ່ Net-zero
2Compliance Carbon Market: ຕະຫຼາດກາກບອນພາກບັງຄັບ ຢູ່ພາຍໃຕ້ກົດລະບຽບຂອງລັດ ເຊັນປະເທດໃນເອີຣົບ ທີ່ມີກົດໝາຍຄວບຄຸມການປ່ອຍກາສ ເຮືອນແກ້ວ ຕ້ອງຊື້ເຄດິດ ຫາກປ່ອຍເກີນກຳນົດ
ເປັນຫຍັງຄາບອນເຄດິດ ຈຶ່ງສຳຄັນ ?
1ຊ່ວຍລົດພາວະໂລກຮ້ອນ :ສະໜັບສະໜຸນ ໂຄງການລົດກາກບອນ ເຊັ່ນ ພະລັງງານຫມຸນວຽນ ຫຼື ພະລັງງານສະອາດ.
2 ເສີມພາບລັກອົງກອນສີຂຽວ:ສະແດງຄວາມຮັບຜິດຊອບຕໍ່ສັງຄົມແລະສິ່ງແວັດລ້ອມ
3ກຽມພ້ອມສູ້ Net-zero ປ່ອຍກາສກາກບອນໃຫ້ເປັນ ສູນ.
4ຕອບໂຈດນັດລົງທຶນຍຸກໃໝ່ໃຫ້ຄວາມສຳຄັນຄັນກັບທຸລະກິດທີ່ໃສ່ໃຈສິງແວັດລ້ອມ.
ສະຫຼຸບ ໜື່ງໃນວິທີທີ່ລົດກາກບອນໄດ້ແທ້ແລະຈັບຕ້ອງໄດ້ແມ່ນ ການຕິດຕັ້ງໂຊລ່າເຊວ ໃນພາກການຜະລິດເພາະນອກຈາກ ຈະລົດຕົ້ນທືນແລ້ວໃນໄລຍະຍາວຍັງຊ່ວຍລົດກາສເຮືອນແກ້ວນຳ ໂດຍກົງ ເຊີ່ງສາມາດ ເປັນກາກບອນເຄດິດໄດ້ເຊັນກັນ.
1 ໃນປະເທດລາວ ໄດ້ລົງນາມ Carbon Credit Decree ໃນວັນທີ່ 28 ພຶດສະພາ 2025 ໂດຍນາຍົກລັດຖະມົນຕີ ເພື່ອສ້າງກອບກົດໝາຍໃຫ້ຊັດເຈນກັບກາກບອນເຄດິດດ້ານການກວດສອບ,ມາດຕະຖານ ແລະອື່ນໆ.
2ກະຊວງກະສິກຳປ່າໄມ້ອອກ “Decision No. 4565/MAF on Forest Carbon Management” ວັນທີ 6 ກັນ ຍາ 2024 ເຊີ່ງມີຜົນບັງຄັບໃຊ້ ຕັ້ງແຕ່ 29 ຕຸລາ 2024.
ກາກບອນ ເຄດິດແມ່ນຫຍັງ ?
