ວັນທີ25 ເດືອນກໍລະກົົດ 2025 ທີ່ຜ່ານມາ ກູເກີລໄດ້ເຊັນສັນຍາຮ່ວມມືລະດັບໂລກແລະລົງທຶນໃນບໍລິສັດສະຕາດອັບດ້ານ Long‑Duration Energy Storage (LDES) ນັ້ນກໍ່ຄື Energy Dome ເຊີ່ງຕັ້ງຢູ່ໃນມິລານ ປະເທດອິຕາລີ່ເພື່ອໃຊ້ແບັດເຕີຣີ CO₂ , ເຕັກໂນໂລຊີ ແບັດ CO₂ ເປັນແບັດເຕີຣີ ໂດຍການອັດ CO₂ ໃຫ້ກາຍເປັນຂອງແຫຼວແລ້ວຂະຫຍາຍຕົວຜ່ານເທີໄບນ໌ເພື່ອສ້າງເປັນພະລັງງານເມື່ອຕ້ອງການໃຊ້.ລະບົບສາມາດຈ່າຍໄຟໄດ້ດົນ 8-24ຊົ່ວໂມງ, ບໍ່ມີການໃຊ້ວັດຖຸຫາຍາກໃນການຜະລິດ ເຊັ່ນລິທ່ຽມຫຼືທອງແດງ ເຮັດໃຫ້ສາມາດຕິດຕັ້ງໄດ້ໄວ ຢືດຢຸນແລະຂະຫຍາຍຂະໜາດໄດ້.
ທີ່ກູເກີລເລືອກລົງທຶນໃນ Energy Dome ເພື່ອເສີມແຜນ “24/7 carbon‑free energy” ໃຫ້ແກ່ສູນຂໍ້ມູນແລະກິດຈະກຳຂອງກູເກີລ ທົ່ວໂລກພາຍໃນປພ 2030 ເປັນການຮ່ວມລົງທຶນໃນເຊີງກົນລະຍຸດ ເຕັກໂນໂລຊີ ແບັດ CO₂ໄປຫຼາຍພູມິພາກໃຫ້ຄອບຄຸມພາຍໃຕ້ເງື່ອນໄຂທີ່ໃຊ້ງານໄດ້ແທ້.
ຕົວຢ່າງໂຄງການໃນ Sardinia ອິຕາລີ ຂະໜາດ 20 MW / 200 MWh ເຊີ່່ງກຳລັງຜະລິດພຽງພໍຈ່າຍໄຟໃຫ້ບ່ານ 13,000–15,000 ຫຼັງ ແລະເຊື່ອຕໍ່ກັບ ຕະຂ່າຍມາຕັ້ງແຕ່ປີ2022 ໂດຍມີສັນຍາກັບ Engie.
ໂຄງການໃນສະຫາລັດອາເມລິກາ ລັດ Wisconsin ຜ່ານ ພັນທະມິດ Alliant Energy ເຊີ່ງໄດ້ຮັບອະນຸມັດຈາກໜ່ວຍງານກຳກັບ ສະເປັກຄືກັບ ອີຕາລີ່(20 MW/200 MWh) .
ອີກໜື່ງດິວກໍ່ຄື NTPC ທີ່ອິນເດຍ ສຳຫຼັບໂຄງການ 20 MW/160 MWh.
ຂໍ້ໄດ້ປຽບຂອງ CO₂ Battery :
-ປະສິດທິພາບໃນຮອບຖ່າຍດຽວ(round-trip efficiency) ຫຼາຍກວ່າ 75% ທັ້ງ AC‑to‑AC ແລະ MV‑to‑MV ແລະເກືອບບໍ່ມີການເຊື່ອມປະສິດທິພາບຕະຫຼອດໄລຍະເວລາໃຊ້ງານ30ປີ.
-ເພື່ອຮັກສາຄວາມຢືດຢຸ່ນໃນລະບົບຕາຂ່າຍ ຊ່ວຍປັບຄວາມຖີ່ໄຟຟ້າອັດຕະໂນມັດເມື່ອແຮງຂັບຫຼືໂຫລດມີການປ່ຽນແປງກະທັນຫັນ.
-ບໍ່ໄດ້ໄດ້ໃຊ້ແຮ່ຫາຍາກລົດຄວາມສ່ຽງດ້ານອຸປະທານການນຳເຂົ້າ.
-ເຕັກໂນໂລຊີ ແບັດ CO₂ ຂອງ Energy Dome ສາມາດໃຊ້ຮ່ວມກັບພະລັງງານໂຊລ່າເຊວແລະພະລັງງານລົມໄດ້ຢ່າງມີປະສິດທິພາບ ເພາະຖືກອອກແບບມາເພື່ອແກ້ຄວາມບໍ່ສະຖຽນ ຂອງພະລັງງານໝຸນວຽນທີ່ຜະລິດໄຟຟ້າໄດ້ຕາມສະພາບອາກາດ ແລະ ພ້ອມໃຊ້ງານຕະຫຼອດ 24 ຊົ່ວໂມງ.
