Jul 8, 2025
My Store Admin

ຫຼາຍກວ່າ 40 ເປີເຊັນຂອງໄຟຟ້າໂລກ ໄດ້ຖືກຜະລິດໂດຍບໍ່ມີການເຜົາໄໝ້ເຊື້ອໄຟຟອສຊິວໃນປີ 2024 .

ຫຼາຍກວ່າ 40 ເປີເຊັນຂອງໄຟຟ້າໂລກ ໄດ້ຖືກຜະລິດໂດຍບໍ່ມີການເຜົາໄໝ້ເຊື້ອໄຟຟອສຊິວໃນປີ 2024 .

ອີງຕາມ ບົດລາຍງານໃໝ່ຈາກສະຖາບັນຄົ້ນຄວ້າ Ember.
ຫຼາຍກວ່າ 40 ເປີເຊັນຂອງໄຟຟ້າໂລກ ໄດ້ຖືກຜະລິດໂດຍບໍ່ມີການເຜົາໄໝ້ເຊື້ອໄຟຟອສຊິວໃນປີ 2024 .

ແຕ່ການປ່ອຍກາສກາກບອນໄດອອກໄຊ ທີ່ເຮັດໃຫ້ໂລກຮ້ອນ ໄດ້ເພີ່ມຂຶ້ນສູງເປັນປະຫວັດການ, ໂດຍສະພາບອາກາດຮ້ອນເຮັດໃຫ້ຄວາມຕ້ອງການໄຟຟ້າໂດຍລວມ ເພີ່ມຂຶ້ນ ນັ້ນໝາຍເຖິງການເພີ່ມຂຶ້ນໃນການໃຊ້ໄຟຟ້າທີ່ເຜົາໄໝ້ເຊື້ອໄຟຟອສຊິວ.

ພະລັງງານແສງຕາເວັນຍັງຄົງເປັນແຫຼ່ງພະລັງງານທີ່ເຕີບໂຕໄວທີ່ສຸດ, ໂດຍປະລິມານໄຟຟ້າທີ່ມັນຜະລິດ ໄດ້ເພີ່ມຂຶ້ນເປັນສອງເທົ່າໃນສາມປີທີ່ຜ່ານມາ ປະລິມານທີ່ຜະລິດຈາກໂຊລ່າເຊວ ໄດ້ເພີ່ມຂຶ້ນເປັນສອງເທົ່າທຸກໆສາມປີນັບຕັ້ງແຕ່ປີ 2012.

ປັດຈຸບັນພະລັງງານແສງຕາເວັນຍັງຄົງເປັນພາກສ່ວນທີ່ຄ່ອນຂ້າງນ້ອຍຂອງພະລັງງານໂລກ ແຕ່ພະລັງງານແສງຕາເວັນເປັນພະລັງງານທີ່ເຕີບໂຕໄວທີ່ສຸດໂດຍປະກອບສ່ວນຍັບຂື້ນມາເປັນ 7% ຂອງການສະໜອງທົ່ວໂລກ ,ພະລັງງານລົມປະກອບສ່ວນຫຼາຍກວ່າ 8%, ພະລັງງານນ້ຳປະກອບສ່ວນ 14%.

Updated July 08, 2025