Jul 8, 2025
My Store Admin

ໂຊລ່າເຊວຫຼັກໆ ແລ້ວຈະມີຢູ່ດ້ວຍກັນ3 ລະບົບ

ໂຊລ່າເຊວຫຼັກໆ ແລ້ວຈະມີຢູ່ດ້ວຍກັນ3 ລະບົບ
ໂຊລ່າເຊວຫຼັກໆ ແລ້ວຈະມີຢູ່ດ້ວຍກັນ 3 ລະບົບຄື : ອອນກິດ(On grid) , ໄຮບຣິດ (Hybrid ) , ອອຟກິດ ( Off gird ).
+ ລະບົບ ອອນກິດ☀️: ແມ່ນລະບົບໂຊລ່າເຊວ ພ່ວງ ຕໍ່ກັບການໄຟຟ້າ ໂດຍຕອນກາງເວັນຈະໃຊ້ພະລັງງານ ຈາກໂຊລ່າເຊວແລ້ວຕອນຄຳ່ ຈະປ່ຽນເປັນໃຊ້ໄຟຈາກການໄຟຟ້າອັດຕະໂນມັດ ເໝາະກັບຜູ້ໃຊ້ໄຟຫຼາຍຕອນກາງເວັນ ເຊິງຈະຊ່ວຍຫຼຸດຄ່າໄຟຕອນກາງເວັນໄດ້,ເປັນລະບົບທີ່ລາຄາຖືກແລະຄືນທຸນໄວ.
+ ລະບົບ ໄຮບຣິດ 🔥: ເປັນລະບົບທີ່ມີເເຫຼ່ງຈ່າຍໄຟຈາກຫຼາຍແຫຼ່ງ ເຊັ່ນ: ແບັດເຕີ,ແຜງໂຊລ່າ,ເຄື່ອງປັ່ນໄຟເປັນຕົ້ນ ເໝາະກັບຜູ້ທີ່ຕ້ອງການໃຊ້ໄຟຢ່າງຕໍ່ເນື່ອງ ທີ່ຂາດໄຟບໍ່ໄດ້ ຄືລະບົບຮັກສາຄວາມປອດໄພ,ເຄື່ອງຊ່ວຍຜູ້ປ່ວຍໃນບ້ານ , ສັດລຽ້ງລາຄາແພງເຊັ່ນປາຄາບທີ່ຕ້ອງໃຊ້ໄຟຕະຫຼອດເວລາ ,ເປັນລະບົບທີ່ປ້ອງກັນໄຟຕົກ ໄຟດັບໄດ້ເປັນຢ່າງດີ , ມີລາຄາສູງ ກວ່າລະບົບອື່ນ.
+ລະບົບອອຟກິດ🪫 :ເປັນລະບົບທີ່ເໝາະກັບເຂດທີ່ການໄຟຟ້າເຂົ້າບໍ່ເຖີງເຊັ່ນບ້ານສວນ , ນາຫຼືຜູ້ທີ່ຕ້ອງການໃຊ້ໄຟສະອາດ 100 ເປີເຊັນ, ຫາກຕິດຕັ້ງຂະໜາດທີ່ເໝາະກໍ່ສາມາດໃຊ້ໄຟຕໍ່ເນື່ອງ 24ຊົ່ວໂມງໄດ້ນັ້ນເອງ.
1 ສຳຫຼວດໜ້າງານ ປະເມີນການໃຊ້ໄຟໃຫ້ເໝາະສົມກັບຂະໜາດການຕິດຕັ້ງບ້ານທ່ານ ຟຣີ.
2 ເອກະສານ ການຂໍອະນຸຍາດຕ່າງໆ ຄວາມຖືກຕ້ອງທາງເຮົາຈັດກຽມໄວ້ໃຫ້ພ້ອມເຮັດສັນຍາໄດ້ເລີຍ.
3 ຂັ້ນຕອນຕິດຕັ້ງ ຈາກທິມງານຜູ້ຊ່ຽວຊານ ທັງພາຍໃນແລະຕ່າງປະເທດ ໃຊ້ຜະລິດຕະພັນ ເທຍ1 ( Tier 1 ແຜງໂຊລ່າ Longi , Jinko , Trina ... ), Huawei ຄຸນະພາບສູງສຸດ.
4 ຮັບປະກັນຍາວນານ( ແຜງ 25ປີ ອິນເວີເຕີ 15ປີ ) ລ້າງແຜງ ແລະ ກວດສອບລະບົບ 3 ປີ.
Updated July 08, 2025